SWU Home
Demonstration Schools
 
ໂຮງຮຽນປະຖົມສາທິດປຣະສານມິດ
URL: http://prathom.swu.ac.th
ໂທລະສັບ(Phone): (662) 258-4242, 258-4244
ໂທລະສານ(Fax): (662) 259-4517

ໂຮງຮຽນມັດທະຍົມສາທິດປຣະສານມິດ
URL: http://matthayom.swu.ac.th
ໂທລະສັບ(Phone): (662) 260-9986, 258-9326
ໂທລະສານ(Fax): (662) 258-4106

ໂຮງຮຽນສາທິດປະທຸມວັນ
URL: http://satitpatumwan.ac.th
ໂທລະສັບ(Phone): (662) 251-3934, 251-3937
ໂທລະສານ(Fax): (662) 251-4159

ໂຮງຮຽນສາທິດອົງຄະຣັກ
ໂທລະສັບ(Phone): (662) 649-5000 ຕໍ່(ext) 1302, 662-1442-3 , 662-3180-7
ໂທລະສານ(Fax): (662) 259-4517

ໂຮງຮຽນສາທິດໂຮງຮຽນປະຖົມສາທິດປຣະສານມິດ, ໂຮງຮຽນມັດທະຍົມສາທິດປຣະສານມິດ,ໂຮງຮຽນມັດທະຍົມສາທິດ ປຣະທູມວັນແລະໂຮງຮຽນສາທິດອົງຄະຣັກ - ແມ່ນຢູ່ພາຍໃຕ້ການກວດກາຂອງຄະນະວິຊາສຶກສາສາດ. ມັນໄດ້ສ້າງຂຶ້ນໃນປີ 1952. ມັນເປັນສະຖານທີ່ພົບປະກັນສຳຫຼັບນັກສຶກສາຝຶກຫັດຄູ ແລະການຄົ້ນຄວ້າກ່ຽວກັບການສຶກສາ. ບັນດາໂຮງຮຽນສາທິດແມ່ນ ເປັນຕົວແບບຂອງການສຶກສາທີ່ມີຄຸນນະພາບ,ຊຶ່ງເອື້ອອຳນວຍກາລະໂອກາດເພື່ອສັງເກດແລະຍົກລະດັບທາງດ້ານວິຊາການກ່ຽວ ກັບ ການບໍລິຫານການສຶກສາ.

ໂຮງຮຽນປະຖົມສຶກສາປຣະສານມິດຮັບຮອງເອົາເດັກຫ້າປີເຂົ້າຮຽນໃນຫ້ອງປໍ1ໃນຫຼັກສູດກ່ອນໄວຮຽນນຶ່ງປີ,ຊຶ່ງຕາມດ້ວຍ ອາຍຸຫົກປີເຂົ້າຮຽນໃນຫຼັກສູດປະຖົມສຶກສາ.ຫຼາຍບ່ອນແມ່ນໄປຕາມໂຮງຮຽນມັດທະຍົມສຶກສາປຣະສານມິດ,ທຳອິດທີ່ບາງກອກແມ່ນມີຫລາຍຫຼັກສູດ ແລະມີໂຮງຮຽນໃຊ້ຫຼັກສູດເຄິ່ງວິຊາຊີບ, ຊຶ່ງຂ່ວຍໃຫ້ມັດທະຍົມສຶກສາຮຽນຫົກປີ.

Students' activity Students' activity

ໂຮງຮຽນສາທິດປະທູມວັນເປັນໂຮງຮຽນວິທະຍາໄລຊຶ່ງປະກອບດ້ວຍຫ້ອງຮຽນທີ່ເປັນກະແສນຳດ້ານຄະນິດສາດ, ວິທະຍາສາດ ແລະພາສາສາດ. ໂຮງຮຽນໄດ້ຮັບຫລາຍລາງວັນລະດັບໂລກ ( IMO, WYMIC, IJSO, WCF, etc. ) ທາງດ້ານວິຊາການ ແລະການຈັດການຄູ້ມຄອງບໍລິຫານ.

ໂຮງຮຽນໃໝ່ທີ່ສຸດ, ໂຮງຮຽນສາທິດອົງຄະຣັກ,ໄດ້ສ້າງຕັ້ງຂຶ້ນໃນປີ 2008 ໃນຫລັກສູດກ່ອນໄວຮຽນ. ໃນທີ່ສຸດໂຮງຮຽນຈະເອື້ອອຳນວຍການສຶກສາປະຖມ ແລະມັດທະຍົມ, ລວມດ້ວຍຫລັກສູດໂຮງຮຽນວິທະຍາໄລໃນປີ 2015.

ບັນດາໂຮງຮຽນສາທິດ - ໂຮງຮຽນປະຖົມສາທິດປຣະສານມິດ, ໂຮງຮຽນມັດທະຍົມສາທິດປຣະສານມິດ, ໂຮງຮຽນມັດທະຍົມສາທິດປະທູມວັນ ແລະໂຮງຮຽນສາທິດອົງຄະຣັກ - ຊຶ່ງຢູ່ພາຍໃຕ້ການກວດກາຂອງຄະນະວິຊາສຶກສາສາດ. ຄະນະນີ້ໄດ້ສ້າງຕັ້ງຂຶ້ນໃນປີ 1952, ມັນເປັນບ່ອນໃຫ້ການຝຶກຫັດ ແລະຄົ້ນຄວ້າທາງດ້ານການສຶກສາແກ່ນັກສຶກສາ. ໂຮງຮຽນສາທິດເປັນຕົວແບບຂອງຄຸນນະພາບການສຶກສາ, ຊຶ່ງເອື້ອອຳນວຍກາລະໂອກາດເພື່ອສັງເກດ ແລະຍົກລະດັບການສິດສອນ ແລະວິຊາການທາງດ້ານການບໍລິຫານຄຸ້ມຄອງການສຶກສາ.

 Students' activity Students' activity

ມະຫາວິທະຍາໄລວິທະຍາໄລສຣີນະຄະຣິນວິໂຣດ; ໂຮງຮຽນສາທິດປຣະສານມິດ(ມັດທະຍົມ)

ມະຫາວິທະຍາໄລວິທະຍາໄລສຣີນະຄະຣິນວິໂຣດ; ໂຮງຮຽນສາທິດປຣະສານມິດ ( ມັດທະຍົມ ) ໄດ້ສ້າງຂຶ້ນໃນວັນທີ 3 ກໍລະກົດ 1952. ມັນໄດ້ປະກອບພາລະກິດຮ່ວມກັບຄະນະວິຊາສຶກສາສາດຂອງມະຫາວິທະຍາໄລສຣີນະຄະຣຶນວິໂຣດ. ມັນມີລະບົບການບໍລິຫານຄຸ້ມຄອງວິຊາການທີ່ຄວາມສາມາດໃນຕົວມັນເອງ ແລະສາມາດຈັດການການສຶກສາຂັ້ນພື້ນຖານໂດຍເນັ້ນໃສ່ການທາງດ້ານພັດທະນາການຄົ້ນຄວ້າ, ການສາທິດການສິດສອນ ແລະການຮຽນ, ການທົດລອງ ແລະການແລກປ່ຽນຄວາມຮູ້ກັບສະຖາບັນການສຶກສາແຫ່ງອຶ່ນໆ. ໂຮງຮຽນໄດ້ປະກອບດ້ວຍອານຄານ, ອຸປະກອນ ແລະບຸກຄະລາກອນທີ່ດີ ຜູ້ທີ່ຊ່ວຍຊຸກຍູ້ ແລະຄູຜູ້ກວດກາຊີ້ນຳນັກຮຽນຝຶກຮຽນຈາກຄະນະວິຊາສຶກສາສາດ. ມັນຍັງເປັນບ່ອນຜະລິດແລະພັດທະນາໄວໜຸ່ມທາງດ້ານພະລະສຶກສາ, ຈິດຕະສຶກສາ ແລະປັນຍາສຶກສາເພື່ອໃຫ້ການມາເປັນພົນລະເມືອງທີ່ມີຄວາມສາມາດເພື່ອແກ້ໄຂບັນຫາຕ່າງໆດ້ວຍຄວາມລະອຽດອ່ອນ ແລະຄ່ອງແຄ້ວ, ກຳໄດ້ເທັກໂນໂລຍີເພື່ອການສື່ສານ, ແລະຄົ້ນຄວ້າຫາຄວາມຮູ້ດ້ວຍຕົວເຂົາເຈົ້າເອງ. ພວກເຂົາເຈົ້າຍັງຈະຕ້ອງເປັນຜູ້ທີ່ມີຄວາມຊຳນານໃນການຈັດການການສື່ສານ ແລະເຮັດວຽກເປັນທີມງານ. ພວກເຮົາຕ້ອງການໃຫ້ເຂົາເຈົ້າພັດທະນາເປັນຜູ້ໃຫຍ່ເປັນປະຊາກອນຜູ້ທີ່ມີຄຸນຄ່າທາງດ້ານຈາລິຍະທຳ ແລະຄຸນນະທຳ.

http://mattayom.swu.ac.th, http://www.satitprasarnmit.ac.th
Srinakharinwirot University ; Prasarnmit Demonstration School (Secondary)
Phone: (662) 258-4106
Fax: (662) 258-4106

ຫລັກສູດສາທິດປຣະສານມິດນາໆຊາດ: SPIP

ໂຮງຮຽນສາທິດປຣະສານມິດ( ມັດທະຍົມ ) ໄດ້ຖືກສ້າງຕັ້ງຂຶ້ນຫລາຍກວ່າ 50 ປີທີ່ຜ່ານມາແລ້ວ - ໜ່ວຍພິເສດຂອງຄະນະສຶກສາສາດ ມະຫາວິທະຍາໄລສຣີນະຄະຣິນວິໂຣດໄດ້ຈົ່ງຮັກພັກຕໍ່ພຣະຣາຊນີຍະກິດ, ຊຶ່ງມັນໄດ້ກາຍມາເປັນນຶ່ງໃນບັນດາສະຖານທີ່ກາຍນສຶກສາທີ່ດີທີ່ສຸດໃນປະເທດໄທ.

ຈາກການວາງພື້ນຖານສ້າງຕັ້ງຫລາຍໆໂຮງຮຽນທົ່ວປະເທດໄທເພື່ອໃຫ້ການກວດກາແນະແນວໃນຫລັກສູດການສຶກສານາໆຊາດ ( ເປັນແຫ່ງແລກຂອງມະຫາວິທະຍາໄລລັດຖະບານໄທ ) ໄດ້ອີງໃສ່ຫລັກສູດແຫ່ງຊາດຂອງອັງກິດ, ໂຮງຮຽນສາທິດປຣະສານມິດເປັນສູນກາງການຮຽນທີ່ຖືກຕ້ອງຕາມຕົວແບບທີ່ທັນສະໄໝໃນການປະຕິບັດພາກຕົວຈິງຂອງທົ່ວໂລກ. ການມີຕົວແບບການສິດສອນນຳລ່ອງແມ່ນໄດ້ການຮັບຮອງໂດຍກະຊວງສຶກສາທິການ,ໂຮງຮຽນປຣະສານມິດ( ມັດທະຍົມ) ແລະມະຫາວິທະຍາໄລສຣີນະຄະຣິນວິໂຣດຍັງເປັນບ່ອນທີ່ສະແດງໃຫ້ເຫັນເຖີງທິດທາງຂອງການສຶກສາທີ່ເປັນເລີດໃນເວທີສາກົນທີ່ອີງ ໃສ່ຫລັກສູດຂອງອັງກິດທີ່ເປັນຫລັກສູດນາໆຊາດທີ່ໄດ້ໃຫ້ການສອນເປັນອັງກິດຢູ່ໃນໃຈກາງຂອງບາງກອກ.

http://www.prasarnmitinternationalprogram.com
Satit Prasarnmit International Programme: SPIP
Phone: (662) 260-9621 - 3
Fax: (662) 260 – 9621 ext 717

ໂຮງຮຽນສາທິດປະທູມວັນ ເປັນໂຮງຮຽນວິທະຍາໄລໂດຍໄດ້ມີການຈັດຫ້ອງຮຽນຕີວເຄັ້ມດ້ານຄະນິດສາດ, ວິທະຍາສາດ ແລະພາສາຕ່າງໆ. ໂຮງຮຽນໄດ້ຮັບລາງວັນລະດັບໂລກ ( IMO, WYMIC, IJSO, WCF, etc.) ສຳລັບວິຊາການທີ່ມີຄຸນນະພາບ ແລະການຈັດການທີ່ດີ.

Pathumwan Demonstration School
URL: http://satitpatumwan.ac.th
Phone: (662) 251-3934, 251-3937
Fax: (662) 251–4159

ໂຮງຮຽນໃໝ່ທີ່ສຸດ, ໂຮງຮຽນສາທິດອົງຄະຣັກ, ໄດ້ສ້າງຕັ້ງຂຶ້ນໃນປີ 2008 ໃນຫລັກສູດກຽມປະຖົມ/ອະນຸບານ. ໂຮງຮຽນຈະຈັດໃຫ້ມີປະຖົມ ແລະມັດທະຍົມສຶກສາ, ລວມທັງມີຫລັກສູດການສຶກສາຊັ້ນສູງໃນປີ 2015.

ໂຮງຮຽນສາທິດອົງຄະຣັກ
Phone: (662) 649-5000 ext. 1302, 662-1442-3, 662-3180-7
Fax: (662) 259-4517

Demonstration Schools
Back