ສະຖາບັນການສຶກສາດ້ານອາຊີປາຊີຟິກ(IAPS), ໄດ້ຖືກຮັບຮອງຈາກສະພາມະຫາວິທະຍາໄລໃນປີ 1994,
ດຳເນີນງານ ແລະສົ່ງເສີມໂຄງການຄົ້ນຄວ້າວິຊາສະເພາະໃນຂອບເຂດການສຶກສາໂດຍເນັ້ນໃສ່ວິທີການອັນເປັນຫລັກການສາກົນ, ສົ່ງເສີມ ແລະປົກປັກຮັກສາການຮ່ວມມືແບບສັນຕິພາບໃນເຂດພູມີພາກ
ແລະສາກົນ.
ສະຖາບັນໄດ້ດຳເນີນການ ແລະໄດ້ພິມເຜີຍແຜ່ຫລາຍໆໂຄງການ ແລະຜະລິດການພິມຫລາຍຢ່າງ
ເຊັ່ນຕົວຢ່າງບັນນານຸກົມຂອງການຮຽນຂອງຊຸມຊົນ, ການຮຽນຂອງບັນດາຊຸມຊົນຕາມເຂດຊາຍແດນໄທ-ກຳປູເຈຍ ແລະການສຳມະນາໃນຂົງເຂດ
ແລະປການປະຊຸມເຊີງປະຕິບັດການຂອງບັນດາຊຸມຊົນທີ່ຢູ່ຕາມແຄມອ່າງແມ່ນ້ຳຂອງ. ບັນດາໂຄງການເຫລົ່ານີ້ມີເຈດຕະນາຊ່ວຍເຫລືອການວາງແຜນທີ່ຈຳເປັນໃຫ້ແກ່ຊັບພະຍາກອນຢູ່ຂົງເຂດໃນໄລຍະຍາວ.
ໃນປີ 2003, ສະຖາບັນໄດ້ຮ່ວມມືກັບໂຮງຮຽນບັນດິດສຶກສາເພື່ອຈັດໃຫ້ມີຫ້ອງຮຽນບັນດິດໃນການຮຽນກ່ຽວກັບອາຊີ.
ສະຖາບັນໄດ້ຄູ້ມຄອງບໍລິຫານການຮ່ວມມືກັບໂຮງຮຽນບັນດິດສຶກສາເພື່ອຈັດຫ້ອງຮຽນບັນດິດໃນການສຶກສາດ້ານອາຊີ.
URL: http://iaps.swu.ac.th
|