SWU Home
COLLEGE OF SOCIAL COMMUNICATION INNOVATION
 
COLLEGE OF SOCIAL COMMUNICATION INNOVATION
URL: http://cosci.swu.ac.th
Phone: (662) 649-5000 ext. 5301, 5309 or (662) 259-2343
Fax (662) 259-2344

ວິທະຍາໄລນະວັດຕະກຳດ້ານການສື່ສານທາງສັງຄົມໄດ້ຖືກສ້າງຕັ້ງຂຶ້ນໃນປີ 2006. ຈຸດເລັ່ງຂອງວິທະຍາໄລລວມທັງການສິດສອນ, ຄົ້ນຄວ້າ ແລະພັດທະນານະວັດຕະກຳສື່ມວນຊົນ. ຈາລິຍະທຳ, ຄວາມເປັນສະເພາະເໝືອນກັນກັບປະເພນີຂອງສັງຄົມໄທໃນການຢູ່ຮ່ວມກັນກັບໂລກພາກຕາເວັນອອກທັງໝົດ ແລະກ່ຽວພັນກັບສະພາບແວດລ້ອມແມ່ນມີຄວາມຈຳເປັນເພື່ອວິວັດການດ້ານການຜະລິດສີ່ມວນຊົນ. ສື່ມວນຊົນເຄື່ອນຕາມສັງຄົມເປັນການຊົ່ວຄາວໃນທຸກດ້ານ; ການໃຊ້ປັນຍາ, ການສື່ສານ ແລະການມ່ວນຊື່ນເພີດເພີນ. ວິທະຍາໄລເຮັດວຽກດ້ວຍການຮ່ວມກັບພາກສ່ວນເອກະຊົນເພື່ອເອື້ອອຳນວຍໃຫ້ແສງສະຫວ່າງແກ່ຕົວແບບທາງດ້ານການຮ່ວມມືດ້ານການສຶກສາ.

ຂອບເຂດການສິດສອນ ແລະການຄົ້ນຄວ້າປະກອບດ້ວຍນະວັດຕະກຳດ້ານການສື່ສານ, ຮູບເງົາ, ແລະສື່ມວນຊົນທາງດີຈີຕອນ, ການ ຖ່າຍຂໍ້ມູນ ແລະການອອກແບບທາງສື່ມວນຊົນແບບຫລາຍຮູບແບບ, ການຈັດການທຸລະກິດແບບໂດດເດ່ນ ແລະຄອມພິວເຕີເພື່ອການສື່ສານ. ພາສາສື່ຈະເປັນທັງພາສາໄທ ແລະອັງກິດຕາມລຳດັບເພື່ອໃຫ້ຈຳນວນຫລາຍສາມາດສຳເລັດການສຶກສາໃນໂລກາພິວັດດ້ານເສດຖະກິດ.

ຫລັກສູດໂຄງການ:

ປະລິນຍາຕີດ້ານວິທະຍາສາດ(B.Sc., ຫລັກສູດສອງພາສາ) , ການຈັດການການຄູ້ມຄອງທຸລະກິດ ຄອມພິວເຕີເພື່ອການສື່ສານ, ການອອກແບບການຖ່າຍຂໍ້ມູນ ແລະທາງສື່ມວນຊົນແບບຫລາຍຮູບຫລາຍແບບ

ປະລິນຍາຕີທາງດ້ານສິລະປະສາດ (B.A., ຫລັກສູດສອງພາສາ ) ການສະແດງ ແລະການຊີ້ນຳສື່ມວນຊົນ, ການຜະລິດຮູບເງົາ ແລະ ຜະລິດສື່ມວນຊົນທາງດີຈີຕອນ, ການອອກແບບການຜະລິດ

Back