SWU Home
CENTER   FOR   ACADEMIC   SERVICES
 
CENTER FOR ACADEMIC SERVICES
URL: http://cas.swu.ac.th
ໂທລະສັບ: (662) 259-5511,649-5059
ໂທລະສານ: (662) 259-2525

ສູນບໍລິການດ້ານວິຊາການ ເລີ່ມຕົ້ນໃນປີ 2002 ເພື່ອອຳນວຍຄວາມສະດວກໃນການບໍລິຫານຈັດການ ແລະ ການດຳເນີນປະຕິບັດງານໃຫ້ແກ່ຫລາຍ ໆ ກິດຈະກຳທາງດ້ານວິຊາການທີ່ບໍ່ແມ່ນແບບດັ້ງເດີມລວມທັງຫລັກສູດການຝຶກອົບຮົມການຈັດກອງປະຊຸມ ແລະ ສຳມະນາ ,ການບໍລິການໃຫ້ຄຳປຶກສາ, ການອອກແບບເພື່ອນຳໄປສູ່ການເລີ່ມຕົ້ນຂອງທຸລະກິດ ແລະ ຜູ້ປະກອບການ, ໂອກາດການຮຽນຮູ້ຈາກປະສົບປະການ ແລະ ການເຮັດວຽກໃນໂຄງການວິໄຈແລະພັດທະນາຮ່ວມກັນ

ເພື່ອໃຫ້ບັນລຸຕາມເປົ້າຫມາຍເຫລົ່ານີ້ ທາງສູນບໍລິການວິຊາການແມ່ນໄດ້ແບ່ງຕາມຫນ້າທີ່ອອກເປັນສາມສ່ວນຄື: ການຝຶກອົບຮົມ, ການວິໄຈແລະການພັດທະນາ ,ແລະ ການສຶກສາທີ່ຕໍ່່ເນື່ອງ ,ການຝຶກອົບຮົມຫລັກສູດພັດທະນາສັກກະຍະພາບທາງດ້ານສັບພະຍາກອນມະນຸດໃຫ້ຫລາຍຂື້ນ ຫລັກສູດການວິໄຈແລະການພັດທະນາຈະໄດ້ຮັບທຶນແລະບໍລິຫານງານຮ່ວມກັນກັບຫນ່ວຍງານພາກລັດແລະ ເອກະຊົນອື່ນ ໆ ການສືກສາທີ່ຕໍ່ເນື່ອງປະກອບເຂົ້າໃນກິດຈະກຳພັດທະນາວິຊາຊີບເພື່ອປັບປຸງຄວາມສາມາດ ທັກສະ ແລະ ປະສິດທິພາບຂອງການເຮັດວຽກແບບມືອາຊີບ

Back