SWU Home
Faculty of Health Science
 

Faculty of Health Science

URL:http://healthsci.swu.ac.th
Phone:(6637) 395439, (662) 649-5447-9
Fax(6637) 395438, (662) 649-5450

ຄະນະວິທະຍາສາດສຸກຂະພາບມີຫລັກສູດວິຊາການມີ 2 ຫລັກສູດ ໄລຍະເວລາ 4 ປີເຕັມ ສຳຫລັບປະລິນຍາຕີສາຂາກາຍຍະບຳບັດ ແລະ ປະລິນຍາຕີສາຂາການສົ່ງເສີມສຸກຂະພາບ. ນອກຈາກ 2 ຫລັກສູດນີ້ແລ້ວ ກໍ່ຍັງມີຫລັກສູດປະລິນຍາໂທ ແລະປະລິນຍາເອກ ໃນສາຂາກາຍຍະພາບບຳບັດ, ຊຶ່ງໄດ້ກໍ່ຕັ້ງຂື້ນໃນປີ 2010. ການເບີ່ງແຍງສຸກຂະພາບຂອງພວກເຮົາໃນປະເທດໄທ.ກິລາທາງກາຍຍະພາບບຳບັດ, ຊຸມຊົນກາຍຍະພາບບຳບັດ ແລະ ການຟື້ນຟູສະມັດທະພາບແມ່ນເປັນຈຸດຫມາຍຫລັກ

ກິດຈະກຳການເຄື່ອນໄຫວການວິໄຈແມ່ນໄດ້ກາຍເປັນສ່ວນຫນຶ່ງທີ່ສຳຄັນ ແລະ ໄດ້ລວບລວມເຂົ້າເປັນຫລັກສູດ. ໂດຍໄດ້ມີການຮ່ວມມືການວິໄຈກັບສະຖາບັນທ້ອງຖິ່ນ ແລະນາໆ ຊາດ, ຊຶ່ງໄດ້ຮັບການກໍ່ຕັ້ງຂື້ນເພື່ອການວິໄຈດ້ານການເຄື່ອນໄຫວຂອງລະບົບປະສາດ ແລະ ວິທະຍາສາດການເຄື່ອນໄຫວ.ຂອບເຂດຂອງໂຄງການວິໄຈໃນປະຈຸບັນນີ້ ໄດ້ແກ່ : ອາການປວດຫລັງ, ອາການປວດກະດູກຫົວຂໍ້ເຄົ່າຕົ້ນຂາ ,ໂລກຂໍ້ເຂົ່າເຊື່ອມ, ຊີວະກົນສາດ, ກາຍຍະສາດ, ຟື້ນຟູລະບົບປະສາດ, ຫົວໃຈປອດ ແລະ ການພັດທະນາທາງດ້ານອຸປະກອນທາງກາຍຍະໄຟຟ້າ, ຄະນະຄູອາຈານໄດ້ມີການເຜຍແຜ່ຜົນງານການວິໄຈໃນວາລະສານລະດັບນາ ໆ ຊາດ. ຜົນງານການວິໄຈຂອງຄະນະຄູອາຈານແມ່ນກຳລັງຈະກ້າວໄປຂ້າງຫນ້າ ເພື່ອເພີ່ມພູນສັກກະຍະພາບຄວາມສາມດ ແລະ ການນຳເອົາຜົນງານການວິໄຈໄປສູ່ພາກປະຕິບັດ. ກອງທຶນການວິໄຈແມ່ນໄດ້ຮັບການໃຫ້ທຶນຈາກແຫລ່ງທຶນທັງພາຍໃນແລະພາຍນອກ

ຕຶກອາຄານຂອງຄະນະພວກເຮົາແມ່ນໄດ້ມີການອອກແບບມາເພື່ອການເພີ່ມປະສິດທິພາບໃນການຮຽນຮູ້ກັບສິ່ງແວດລ້ອມ ໂດຍຢາກໃຫ້ມີຄວາມເຂົ້າໃຈໃນຫນ້າທີ່ຂອງການຮຽນການສອນ, ການຮຽນຮູ້, ການທົດລອງປະຕິບັດໃນຄຼີນິກ, ແລະ ການພັດທະນາທາງດ້ານງານວິໄຈ. ພວກເຮົາມີຄວາມພ້ອມຂອງຫ້ອງທົດລອງປະຕິບັດ ປະກອບດ້ວຍ ຫ້ອງທົດລອງການຜ່າຕັດທາງກາຍະວິພາກສາດ, ຫ້ອງທົດລອງດ້ານຊີວະກົນສາດ, ຫ້ອງທົດລອງຄວາມສົມດຸນ ແລະ ຫ້ອງທົດລອງທາງດ້ານຫົວໃຈ. ນອກຈາກນີ້ ພວກເຮົາຍັງມີ ຄຼີນິກປະກອບການຮຽນການສອນອີກທີ່ ປະສານມິດ ແລະ ວິທະຍາເຂດອົງຄະລັກ, ຊຶ່ງໄດ້ມີການໃຫ້ການບໍລິການທີ່ມີຄຸນນະພາບສູງ ແລະ ໄດ້ມີການປະຕິບັດຈິງໃນຄຼີນິກ. ໂດຍເປັນທີ່ຮູ້ຈັກກັນດີວ່າ ນັກກາຍຍະພາບບຳບັດຈາກທົ່ວໂລກໄດ້ມີຮັບການເຊື້ອເຊີນເປັນປະຈຳເພື່ອມາໃຫ້ຄວາມຮູ້ໃນການຮຽນ ການສອນ, ການວິໄຈແລະການແບ່ງປັນປະສົບປະການຮ່ວມກັນກັບທາງຕຄຼີນິກຂອງພວກເຮົາ.

PROGRAMS:

Bachelor of Science (B.Sc.), Physical Therapy

Faculty of Health Science
Back