SWU Home
FACULTY OF AGRICULTURAL PRODUCT INNOVATION AND TECHONOLOGY
 

Phone: (662) 649-5000, ext. 8701, 8304


Fax (662) 258-4000

ຄະນະວິຊານະວັດຕະກຳການຜະລິດດ້ານການກະເສດ ແລະເທັກໂນໂລຢີໄດ້ຖືກສ້າງຕັ້ງຂຶ້ນໃນປີ 2009 ເພື່ອສົ່ງເສີມວິໄສທັດຂອງຊາດ ເພື່ອໃຫ້ເປັນມິດກັບສະພາບແວດລ້ອມ ແລະສຸຂະພາບຊຸມຊົນໂດຍການຊຸກຍູ້ການພັດທະນາແບບຍືນຍົງຂອງຊຸມຊົນທ້ອງຖິ່ນ. ຄະນະວິຊາເລັ່ງໃສ່ ເພື່ອກະກຽມໃຫ້ບັນດິດສຶກສາສາມາດມີປະສົບການຢູ່ຮ່ວມກັນດ້ວຍຄວາມສະນິດສະນົມຄຸ້ນເຄີຍຢູໃນຊຸມຊົນທ້ອງຖິ່ນຂອງປະເທດໄທ ພ້ອມດ້ວຍ ຄວາມຮູ້ດ້ານເທັກໂນໂລຢີທີ່ເໝາະສົມ ແລະປະດິດສ້າງນັວັດຕະກຳການຜະລິດດ້ານການກະເສດ. ພວກ ນັກສຶກສາບັນດິດນີ້ຈະຄວບຄູມດ້ວຍ ຄວາມຫວັງທາງດ້ານການສຶກສາຢ່າງແຂງແຮງ ແລະມີຄຸນນະທຳ ແລະຈາລິຍະທຳອັນຈຳເປັນ ເພື່ອການດັດປັບສູ່ການປ່ຽນແປງໄປຕາມຍຸກໂລກາພິວັດ.

ຄະນະວິຊາຈັດຫາຫລັກສູດວິຊາການຕ່າງໆບົນພື້ນຖານການຄົ້ນຄວ້າບັນດາກິດຈະກຳ ແລະການບໍລິການສັງຄົມ. ບໍ່ພຽງແຕ່ການ ມີກິດຈະ ກຳທີ່ມີຄວາມໝາຍເພື່ອຍົກລະດັບຄຸນຄ່າຜະລິດຜົນທາງການກະເສດ ແລະເກັບຮັກສາຊັບພະຍາກອນທາງທຳມະຊາດ ແລະ ສິ່ງແວດລ້ອມໂດຍ ລວມ, ພວກເຂົາເຈົ້າຍັງມີຄວາມມຸ່ງໝັ້ນຮັບຮອງການພັດທະນາແບບຍືນຍົງຂອງຊຸມຊົນທ້ອງຖິ່ນ, ຊຸມຊົນທຸລະກິດ, ອຸດສາຫະກຳຂະໜາດນ້ອຍ, ແລະອຸດສາຫະກຳປະເພດອຶ່ນໆອີກດ້ວຍ.

ຄະນະວິຊາໃນປະຈຸບັນມອບໃຫ້ມີຫລັກສູດປະລິນຍາຕີດ້ານວິທະຍາສາດການອາຫານ ແລະອາຫານເສີມ ແລະກໍໃນທີ່ສຸດະສ້າງຕັ້ງຫລັກ ສູດ ປະລິນຍາເອກໃນສາຂາວິຊານີ້ເໝືອນກັນກັບຫລັກສູດອະນຸປະລິນຍາໃນດ້ານເທັກໂນໂລຢີວັດຖຸທາງການກະເສດ, ເທັກໂນໂລຢີທາງຊີວະວິທະຍາ, ແລະການພັດທະນາການຜະລິດຜົນ.

ຫລັກສູດໂຄງການ:

ຫລັກສູດອະນຸປະລິນຍາ (ຫລັກສູດ 4 ປີ)

ປະລິນຍາຕີດ້ານສິລະປະສາດ (B.A.), ການຈັດການທາງດ້ານສັງຄົມ - ພູມມີສາດ

ຫລັກສູດຄາດຫວັງໄວ້ (ເພື່ອວ່າຈະສ້າງຂຶ້ນໃນປີ 2011)

ປະລິນຍາຕີດ້ານວິທະຍາສາດ (B.Sc.), ເທັກໂນໂລຢີວັດຖຸທາງການກະເສດ

ປະລິນຍາຕີດ້ານວິທະຍາສາດ (B.Sc.), ເທັກໂນໂລຢີຊີວະວິທະຍາ

ປະລິນຍາຕີດ້ານວິທະຍາສາດ (B.Sc.), ການພັດທະນາການຜະລິດຜົນ

ປະລິນຍາໂທດ້ານວິທະຍາສາດ (M.Sc.), ວິທະຍາສາດດ້ານການອາຫານ ແລະອາຫານເສີມ,

ປະລິນຍາເອກດ້ານປັດຊະຍາ (Ph.D.), ວິທະຍາສາດດ້ານການອາຫານ ແລະອາຫານເສີມ,

Faculty of Agricultural Product Innovation and Technology
Back