SWU Home
Science Education Center
 

Science Education Center

ເຖີງແມ່ນວ່າມະຫາວິທະຍາໄລມີຮີດຄອງປະເພນີປະຫວັດຄວາມເປັນມາອັນຍາວນານ, ສູນວິທະຍາສາດການສຶກສາມີສາຍພົວພັນທີສັ້ນກັບປະວັດສາດທາງການ. ມັນໄດ້ສ້າງຕັ້ງຂຶ້ນໃນປີ 2000, ສູນວິທະຍາສາດການສຶກສາແມ່ນໄດ້ອຸທິດຕົນເພື່ຶຍົກລະດັບການສອນ ແລະການຮຽນໃນໂຮງຮຽນເພື່ອໃຫ້ມັນແຜ່ຂະຫຍາຍໄປພ້ອມໆກັນເໝືອນກັບວ່າການສື່ສານສານກ່ຽວກັບການສອນການຮຽນທາງດ້ານວຶທະຍາສາດ. ທາງສູນສຳເລັດໜ້າທີ່ຂອງຕົນໂດຍຜ່ານການຮ່ວມມືລະຫວ່າງບັນດາພວກນັກວິທະຍາສາດ, ພວກໃຫ້ການສຶກສາ ແລະບັນດາຄູສອນຢູ່ຂັ້ນພື້ນຖານ. ການພິຈາລະນາຢ່າງຮອບຄອບຂອງສະພາມະຫາວິທະຍາໄລໄດ້ສ້າງຕັ້ງສູນເປັນໜ່ວຍງານທີ່ຄ້າຍກັບວ່າເປັນອິດສະລະຂອງມະຫາວິທະຍາໄລເພື່ອ ຈັດການເປັນພິເສດກັບຄວາມກ່ຽວພັນຕໍ່ບັນຫາຕ່າງໆທາງດ້ານວິທະຍາສາດໃນການສອນແລະການຮຽນຢູ່ໃນໂຮງຮຽນ.

ໃນການຮ່ວມໄມ້ຮ່ວມມືກັບໜ່ວຍງານວິຊາການອຶ່ນໆ ຫລືວ່າມະຫາວິທະຍາໄລ, ສູນມອບໂຄງການຫລັກສູດສອງລະດັບໃນວິຊາວິທະຍາສາດການສຶກສາເຊັ່ນລະດັບປະລິນຍາໂທ ແລະປະລິນຍາເອກ. ພາສາອັງກິດໃຊ້ເປັນສື່ໃນການສອນ ແລະການຂຽນບົດວິທະຍານິພົນເປັນພາສາອັງກິດ. ບັນດາໂຄງການຫລັກສູດອັນນີ້ເອື້ອອຳນວຍຄວາມເປັນຜູ້ນຳທາງດ້ານວິທະຍາສາດການສຶກສາໂດຍຜ່ານການຄົ້ນຄວ້າ ແລະການພັດທະນາ, ການຮຽນທາງດ້ານວິຊາການ, ການຮຽນທາງດ້ານວິຊາຊີບໂດຍທົ່ວໄປ ແລະການຮຽນວິຊາຊີບແບບສະເພາະດ້ານ.

ຈາກການເຄື່ອນໄຫວກິດຈະກຳຫລາຍໆຢ່າງນັ້ນ, ສ່ວນຫລາຍໂດຍພື້ນຖານແລ້ວທາງສູນໄດ້ມີເຈດຕະນາສົ່ງເສີມເພື່ອພັດທະນາການຄົ້ນຄວ້າໂຄງການຫລັກສູດ ແລະກວດສອບພື້ນຖານທາງວິທະຍາສາດຂອງການສອນການຮຽນ-ການສອນ, ຊຸກຍູ້ໂຮງຮຽນດ້ານວິທະຍາສາດການສອນ ແລະການຮຽນ, ຖ່າຍທອດຜົນສຳເລັດຂອງການຄົ້ນຄວ້າ ແລະພັດທະນາໂຄງການ,ແລະຊ່ວຍພວກນັກສຶກສາບັນດິດດ້ວຍການໃຫ້ທຶນຄົ້ນຄວ້າ ແລະການຝຶກອົບຮົມຢູ່ມະຫາວິທະຍາໄລຕ່າງປະເທດ.

Science Education Center Science education book

URL: http://scied.swu.ac.th

Science Education Center
Back