SWU Home
Research Services Center
 

Reserach and Services Center

ສູນຄົ້ນຄວ້າ ແລະບໍລິການ (ສຄບ) ໄດ້ຖືກສ້າງຕັ້ງຂຶ້ນໃນປີ 2000 ໃຫ້ເປັນໜ່ວຍປະຕິບັດງານຊຶ່ງຢູ່ພາຍໃຕ້ການ ກວດກາຂອງມະຫາວິທະຍາໄລສຣີນະຄະຣິນວິໂຣດ(ມສວ). ເປົ້າໝາຍຂອງສູນຄົ້ນຄວ້າບໍລິການ ແລະບໍລິການແມ່ນປະຕິ ບັດໜ້າທີເປັນຜູ້ປະສານງານໃນການສະເໜີຂອງຜູ້ທີ່ສົນໃຈຄວາມຮູ້ ແລະວິທະຍາສາດ ຈາກບັນດາຫ້ອງການ ທັງພາຍໃນ ພາຍນອກມະຫາວິທະຍາໄລ ແລະຊຸມຊົນ; ເພື່ອດຳເນີນການຈັດການການເຈລະຈາທຸລະກິດຕາມກົດ ໝາຍຕາມເງື່ອນໄຂ ແລະຂໍ້ຕົກລົງ; ກວດກາເບິ່ງຜົນປະໂຫຍດ ແລະຜົນກຳໄລທີ່ໄດ້ມາຈາກການຄົ້ນຄວ້າ ແລະເທັກນິກ ການບໍລິການໂດຍ (ສຄບ); ແລະກໍເພື່ອກໍ່ໃຫ້ເກີດລາຍຮັບຈາກການອຳນວຍການບໍລິການດ້ານຄົ້ນຄວ້າ ແລະວິຊາການໃຫ້ແກ່ມະຫາວິທະຍາໄລ, ແຕ່ໃຫ້ສອດຄ່ອງກັບຫຼັກການ, ເປົ້າໝາຍ ແລະແນວທາງນະໂຍບາຍຂອງມະຫາວິທະຍາໄລ.

Research and Services Center

ເພື່ອໃຫ້ສຳເລັດບັນດາເປົ້າໝາຍນີ້, (ສຄລ) ແມ່ນໄດ້ແບ່ງເປັນສາມພະແນກຕາມພາລະໜ້າທີ່ພື້ນຖານດັ່ງນີ້: ພັດທະນາການຝຶກອົບຮົມ, ການຄົ້ນຄວ້າ ແລະການສຶກສາແບບຕໍ່ເນຶ່ອງ. ກິດຈະກຳທັງໝົດຈະໄດ້ເປັນຜົນຕາມມາພາຍຫຼັງ ຕາມຄວາມຕ້ອງການຂອງຜູ້ນຳໃຊ້ການບໍລິການທີ່ໄດ້ປະໂຫຍດຈາກແຫຼ່ງວິຊາການໃນມະຫາວິທະຍາໄລ. ການຝຶກອົບຮົມ, ການສຳມະນາແລະການປະຊຸມເຊີງປະຕິບັດການເພື່ອພັດທະນາຂີດຄວາມສາມາດໃນການພັດທະນາຊັບພະຍາກອນມະນຸດຢູ່ໃນຮູບແບບຂອງການຮ່ວມມື,ການຮຽນ,ການບໍລິການ ແລະມີສ່ວນຮ່ວມໃນການພັດທະນາເພື່ອໃຫ້ສອດຄ່ອງກັບແນວ ທາງນະໂຍບາຍຂອງມະຫາວິທະຍາໄລ ແລະຊ່ວຍຈັດຫາຂະບວນການຮຽນແບບຕໍ່ເນື່ອງ ແລະຫຼັກສູດໂຄງການ. ມີການຝຶກອົບຮົມຫຼັກສູດລະບົບພິເສດສາມຫາຫົກເດືອນໄດ້ຮັບໃບຢັ້ງຢືນທີ່ມອບໃຫ້ໃນການສຶກສາ. ການແນະແນວ ແລະການຝຶກອົບຮົມວິຊາຊີບ ແລະການບໍລິຫານສະຫະກອນ. ເຖີງແນວໃດກໍຕາມຫຼັກສູດການຄົ້ນຄວ້າແລະການພັດທະນາແມ່ນໄດ້ວຍຮ່ວມກັນດຳເນີນການ ແລະສະໜັບສະໜູນດ້ວຍກອງທຶນຂອງທັງພາກລັດ ແລະເອກະຊົນ. ການສຶກສາແບບຕໍ່ເນື່ອງເລ່ງໃສ່ເພື່ອການນຳໃຊ້ການພັດທະນາວິຊາຊີບເພີ້ມເຕີມການຍົກລະດັບຂີດຄວາມສາມາດ ແລະຄວາມຖະນັດໃນການອອກແຮງງານໃນດ້ານວິຊາຊີບ. ການຮຽນທາງໄກ, ລະບົບໄອທີ ແລະວິທີການຮຽນການສອນແມ່ນໄດ້ໃຊ້ເພືອຍົກລະດັບໃນຫຼັກສູດການສຶກສາ. ລວມທັງການເຄື່ອນໄຫວກິດຈະກຳປະຈຸບັນ ແລະໂຄງການເຊັ່ນ: ການຕິດຕາມການຮຽນການສອນດ້ວຍການຮັບປະກັນຄຸນນະພາບໃນສະຖານການສຶກສາຊັ້ນສູງ; ມີການຝຶກອົບຮົມຫຼັກສຸດຜູ້ປະກອບການໃໝ່ໃນເຊີງສ້າງສັນ, ການຟັກຕົວ ແລະການແນະແນວ. ແລະການພັດທະນາຄວາມຊຳນານໃນການກວດກາ.

URL: http://rsc.swu.ac.th

Research Services Center
Back