SWU Home
Milestones
 
ປະຈຸບັນນີ້ ມະຫາວິທະຍາໄລສຣີນະຄະຣິນວິໂຣດເປັນມະຫາວິທະຍາໄລທີ່ນຳໜ້າທັນສະໄໝ ຕັ້ງຢູ່ໃຈກາງຂອງກຸງເທບມະຫານະຄອນ,ແຕ່ວ່າຊີວິດ, ຕົວເມືອງ ແລະມະຫາວິທະຍາໄລແມ່ນແຕກຕ່າງກັນຢ່າງສີ້ນເຊີງເມື່ອທຽບກັບເວລາທີ່ປະຫວັດມະຫາວິທະຍາໄລໄດ້ເລີ້ມຕົ້ນ.
ຫຼັງຈາກຄວາມຫຍູງຍາກຈາກສົງຄາມໂລກຄັ້ງທີ່II,ມັນມີຄວາມຕ້ອງການອັນຮີບດ່ວນເພື່ອຈັດຕັ້ງແລະກັບມາຟື້ນຄືນປະເທດໃຫ້ມີຊີວິດຊີວາ.ບໍ່ແມ່ນນ້ອຍ,ພວກເດັກນ້ອຍຕ້ອງການການສຶກສາ,ພວກເຂົາຕ້ອງການຄູສອນເພື່ອສະໜອງໃຫ້ການສຶກສາແລະໃນທາງກັບ,ບາງຄົນຕ້ອງການຝຶກອົບ ຮົມຄູ ທ່ານດຣ.ສາໂຣດບົວສຣີໄດ້ເປັນຜູ້ນຶ່ງເວລາສ້າງໂຮງຮຽນສ້າງຄູຊັ້ນສູງຂຶ້ນທີ່ປຣະສານມິດຊຶ່ງເປັນສະຖາບັນ ແຫ່ງທຳອິດສ້າງຄູໃຫ້ແກ່ປະເທດ, ໃນ ປີ 1949 ໂດຍພາຍໃຕ້ການອຸປະຖຳຂອງພະເຈົ້າມະຫາຊີວິດອານັນຕະມະຫິດົນ.
ເໝືອນດັ່ງດຣ.ສາໂຣດບົວສຣີ ໄດ້ສົ່ງເສີມນັກຮຽນຄູຮຸ່ນທຳອິດຂອງເພຶ່ນ,ໂດຍເງຶ່ອນໄຂທີ່ຫ່າງໄກຈາກຄວາມທັນສະໄໝ ປຣະສານມິດ ແມ່ນ ໄດ້ຖືກອ້ອມລ້ອມດ້ວຍບຶງຊຳ ແລະ ສັດຮ້າຍ ປະຊາຊົນໄດ້ຢູ່ລຽບຕາມບັນດາຄອງນ້ຳແລະໄປມາດ້ວຍເຮືອ ນ້ອຍຄົນມີໄຟຟ້າໃຊ້ ແລະ ສ່ວນຫຼວງຫຼາຍບໍ່ມີໂທລະສັບ.
ເຖິງແນວໃດກໍຕາມ ກຸງເທບໄດ້ພັດທະນາຜ່ານປີ1950 ເຊັ່ນ:ໄດ້ສ້າງໂຮງຮຽນສ້າງຄູຊັນສູງຂຶ້ນ,ໂຮງຮຽນສາທິດແລະຫໍສະໝຸດກາງໄດ້ຖືກ ສ້າງຂຶ້ນ,ແລະໃນຕົວຂອງໂຮງຮຽນເອງໄດ້ກາຍມາເປັນວິທະຍາໄລຄູມີສິດໃຫ້ການຊ່ວຍເຫຼືອລ້າແກ່ການສຶກສາໃນລະດັບຕ່າງໆ ໃນປີ1974 ວິທະຍາໄລຄູໄດ້ກາຍເປັນມະຫາວິທະຍາໄລ ທີ່ໃຫ້ຄວາມຮູ້ອັນກວ້າງຂວາງໂດຍການພະຣາດຊະທານປະລິນຍາບັດຈາກພະບາດສົມເດັດພະເຈົ້າ ມະຫາຊີວິດພູມີພົນອະດຸນຍະເດດຜູ້ຊົງພຣະຣາດຊະທານຊື່ໃໝ່ໃຫ້ເປັນມະຫາວິທະຍາໄລສຣີນະຄະຣິນວິໂຣດຊຶ່ງມີຄວາມໝາຍວ່າ“ກຽດຕິຍົດຂອງຕົວເມືອງ”. ອີກປະການນຶ່ງ ໃນຂະນະທ່ີຄະນະສຶກສາສາດກໍຍັງຄົງເຫຼືອໄວ້ຢູ່ໃນປະຫວັດທີ່ເປັນຫົວໃຈຫຼັກຂອງມະຫາວິທະຍາໄລ,ພ້ອມກັບອີກສິບເຈັດຄະນະວິຊາ, ເຈັດສະຖາບັນຄົ້ນຄວ້າ,ເກົ້າສູນການສຶກສາແລະບັນດິດວິທະຍາໄລໄດ້ຖືກສ້າງຕັ້ງຂຶ້ນໃນຫຼາຍປີທີ່ຜ່ານມາແລະກໍໄດ້ມອບປະລິນຍາບັດໃນສາຍຫຼັກສູດວິຊາຕ່າງໆອີກດ້ວຍ.
ເນື້ອທີ່ຂອງປຣະສານມິດໄດ້ມີການປ່ຽນແປງ ພາຍຫຼັງມາທີ່ໄດ້ມີການຮັບຮູ້ປວງຊົນດຽວນີ້ແມ່ນຢູ່ຕາມອາຄານສູງທ່ຽວໄປມາດ້ວຍລົດ, ລົດໄຟຟ້າຫຼືວ່າລົດໄຟໃຕ້ດິນ,ແລະເກືອບວ່າທຸກຄົນມີໂທລະສັບມີຖື.ບ່ອນທີ່ເປັນບວກນ້ຳໄດ້ກາຍມາເປັນສູນການຄ້າແລະທີ່ຢູ່ອາໃສຄວາມໜາແໜ້ນ ຄືແນວນີ້ມະຫາວິທະຍາໄລ ແມ່ນບໍ່ສາມາດຂະຫຍັບຂະຫຍາຍຕາມພູມສັນຖານເດີມໄດ້ດ້ວຍເຫດຜົນຄືແນວນີ້ຄະນະວິຊາໃໝ່ທັງໝົດຈຶ່ງໄດ້ເອົາໄປ ຈັດສັນໄວ້ຢູ່ທາງນອກ ຂອງວິທະຍາເຂດອົງຄະຣັກ ທີ່ນະຄອນນາຍົກ.
ວິທະຍາເຂດແຫ່ງໃໝ່ນີ້ແມ່ນຢູ່ຫ່າງຈາກກຸງເທບໄປທາງທິດເໜືອປະມານ70ກິໂລແມັດຊຶ່ງໄດ້ຮັບເອົານັກສຶກສາຮຸ່ນທຳອິດໃນປີ1996. ມັນມີຄວາມຄ້າຍຄືປຣະສານມິໃນປີ1949 ຊຶ່ງເປັນບ່ອນທີ່ປົກຄຸມໄປດ້ວຍພື້ນທ່ີສີຂຽວແລະອ້ອມລ້ອມໄປດ້ວຍຄອງນ້ຳແລະທົ່ງນາເຂົ້າ. ຄະນະວິຊາວິສະວະກຳສາດ ແລະສາຂາວິຊາການແພດຕ່າງໆ ເທັກໂນໂລຢີໄດ້ຕັ້ງຢູ່ຫັ້ນແລະໂຊກດີທີ່ມີສິ່ງເອື້ອອຳນວຍຄວາມສະດວກດ້ວຍ ສິນລະປະການສິດສອນ. ໂດຍສະເພາະແລ້ວ ສູນພະຍາບານພຣະຣາຊີນີມະຫາຈັກກະຣີສີຣິນທອນຊ່ວຍອຳນວຍ ໃຫ້ນັກສຶກສາການແພດໄດ້ນຳໃຊ້ສິ່ງທີ່ ທັນສະໄໝເຂົ້າໃນການຄົ້ນຄວ້າ ແລະ ຝຶກງານ. ມັນຍັງຊ່ວຍໃນການປິ່ນປົວໃຫ້ແກ່ນັກສຶກສາ,ພະນັກງານ ແລະ ສາທາລະນະທົ່ວໄປອີກດ້ວຍ. ສູນການແພດ ປັນຍານັນທະພິກຂຸຈະເປັນໂຮງຮຽນສອນພະຍາບານ ແຫ່ງທີ່ສອງໃນບໍ່ດົນນີ້ຢູ່ໃນເຂດນອກກຸງເທບ.
ປະຈຸບັນນີ້ ມະຫາວິທະຍາໄລສຣີນະຄະຣິນວິໂຣດເປັນສະຖາບັນການສຶກສາທີ່ທັນສະໄໝກຳລັງຜະລິດບັນດິດດ້ວຍຄວາມຊຳນິຊຳນານ ງານທີ່ກວ້າງຂວາງເພື່ອໃຫ້ຕອບສະໜອງຄວາມຕ້ອງການໃນຍຸກປະຈຸບັນນີ້. ອານຸສາວະລີຮູບປັ້ນເຮັດດ້ວຍທອງແດງຂອງມ່ອມຫຼວງປິ່ນມາລາກຸນທີ່ ປຣະສານມິດເບິ່ງລົງມາຈາກວິທະຍາເຂດແມ່ນປ່ຽນແປງຫຼາຍ ຈາກມື້ ທີ່ມ່ອມຫຼວງປິ່ນສອນໜັງສືຜ່ານປະຫວັດຂອງການຈະເລີນເຕີບໂຕແລະການ ພັດທະນາເທັກໂນໂລຢີທີ່ວ່ອງໄວ,ມະຫາວິທະຍາໄລໄດ້ຄົງຮັກສາໄວ້ ແຫ່ງຄວາມຊື່ສັດໃຫ້ແກ່ລະບຽບການສ້າງພື້ນຖານ.ມັນຍັງຮັກສາໄວກຽດຊື່ສຽງ ໃນຂອບເຂດການສຶກສາ ແລະຄວາມໄວ້ວາງໃຈໃນວິຊາການ ທີ່ດີເດັ່ນເປັນເລີດ.
Back