ໃນປີ 2000, ມະຫາວິທະຍາໄລໄດ້ສ້າງຕັ້ງສະຖາບັນສິ່ງແວດລ້ອມ ແລະຊັບພະຍາກອນຂຶ້ນເພື່ອສົ່ງເສີມການຮຽນ
ແລະການຄົ້ນຄວ້າໃນການປົກປັກຮັກສາໃຫ້ແກ່ການສຶກສາທາງດ້ານສິ່ງແວດລ້ອມ ແລະຊັບພະຍາກອນ ໃນການຕອບສະໜອງການເພີ້ມທັງທາງດ້ານປະຊາກອນ
ແລະການທຳລາຍຊັບພະຍາກອນທຳມະຊາດກໍຄືການເສື່ອມໂຊມຊັບພະຍາກອນທຳມະຊາດທີ່ມີຄ່າຂອງປະເທດໄທ. ພາລະໜ້າທີ່ເບື້ອງຕົ້ນຂອງສະຖາບັນແມ່ນສຶກສາອົບຮົມ
ແລະສົ່ງເສີມດ້ານຈາລິຍະທຳແລະຄວາມຍືນຍົງຂອງສິ່ງແວດລ້ອມ, ໂຄງການພັດທະນາສິ່ງແວດລ້ອມໃຫ້ມີຄຸນນະພາບສຸງໃນລະດັບທ້ອງຖິ່ນ
ແລະລະດັບຊາດໂດຍການປະສານສົມທົບກັບຄວາມຮັບຮູ້ທາງດ້ານວັດທະນະທຳຮ່ວມກັບວິທີການສຶກສາແບບທັນສະໄໝ.
ອີງຕາມແນວທາງນະໂຍບາຍຂອງ ມສວ ເພື່ອຕອບສະໜອງໃຫ້ແກ່ບັນຫາສິ່ງແວດລ້ອມກັບຜົນຮັບແບບຍືນຍົງ,
ສະຖາບັນຈັດການຮຽນໃນສີ່ລະດັບຂອງການຮຽນປະລິນຍາໂທ ແລະປະລິນຍາເອກໃນຂອບເຂດການຮຽນກ່ຽວກັບສິ່ງແວດລ້ອມເຊັ່ນ:
ການສຶກສາກ່ຽວກັບສິ່ງແວດລ້ອມ, ສິ່ງແວດລ້ອມທາງດ້ານເສດຖະກິດ-ສັງຄົມ, ການຈັດການປົກປັກຮັກສາສິ່ງແວດລ້ອມ, ແລະເທັກໂນໂລຢີກ່ຽວກັບສິ່ງແວດລ້ອມ. ໂດຍລວມ,
ສະຖາບັນເຮັດວຽດດ້ວຍການຮ່ວມໄມ້ຮ່ວມມືກັບຫລາຍຄະນະວິຊາແລະສະຖາບັນອຶ່ນໆພາຍໃນ ມສວ ແລະສາກົນເພື່ອຊ່ວຍໃຫ້ການເຄື່ອນໄຫວກິດຈະກຳ ແລະການບໍລິການເຊັ່ນ:
ຫ້ອງຮຽນ, ການຈັດທ່ອງທ່ຽວ, ສຳມະນາ, ການຄົ້ນຄວ້າໂຄງການ ຕົວຢ່າງ: ນ້ຳເປັນພິດ ແລະສຽງລົບກວນຂອງໂຮງງານ, ຖານຂໍ້ມູນການນຳໃຊ້ສິ່ງແວດລ້ອມ ແລະຊັບພະຍາກອນ
ລະບົບວິທີການໃຫ້ຂໍ້ມູນທາງດ້ານພູມີສາດ (GIS).
URL: -
|