SWU Home
SWU History
 

ປະຫວັດ ມສວ

ມະຫາວິທະຍາໄລສຣີນະຄະຣິນວິໂຣດໄດ້ຖືກພັດທະນາມາຈາກສອງສະຖານການສຶກສາຄື: ໂຮງຮຽນສ້າງຄູຊັ້ນສູງທີ່ໄດ້ສ້າງຂຶ້ນໃນປີ 1953. ໃນປີ 1974 ແມ່ນໄດ້ປ່ຽນຊື່ມາເປັນ ມະຫາວິທະຍາໄລສຣີນະຄະຣິນວິໂຣດ.

ໂຮງຮຽນສ້າງຄູຊັນສູງ
ມະຫາວິທະຍາໄລສຣີນະຄະຣິນວິໂຣດ ມີປະຫວັດຄວາມເປັນມາຍາວນານພໍສົມຄວນ, ໄດ້ສ້າງຕັ້ງຂຶ້ນພາຍຫຼັງສົງຄາມໂລກຄັ້ງທີIIຢູ່ໃນຊ່ວງໄລຍະຟື້ນຟູູປົວແປງຈາກຄວາມຮ້າຍກາດຂອງສົງຄາມບໍວ່າບັນຫາທາງດ້ານເສດຖະກິດ ແລະ ສັງຄົມ ພາວະການໃໝ່ສະຫະປະຊາຊາດໄດ້ຖືກສ້າງຕັ້ງຂຶ້ນ ໂດຍມີຈຸດປະສົງເລັ່ງໃສ່ສ້າງບັນດາປະເທດຕ່າງໆໃຫ້ມີທິດທາງແຫ່ງຄວາມສາມະຄີ ແລະປະສານສົມທົບຮ່ວມກັນອັນລວມເຖີງການສຶກສາຊຶ່ງຜົນໄດ້ຮັບເຮັດໃຫ້ໝົດໂລກມີຄວາມກ້າວໜ້າທາງດ້ານສະຕິປັນຍາໂຮງຮຽນສ້າງຄູຊັ້ນສູງພາຍໃຕ້ ການນຳຂອງກະຊວງສຶກສາທິການໄດ້ຖຶກສ້າງຕັ້ງຂຶ້ນໃນ ວັນທີ 28 ເມສາ1949,ຢູ່ຖະໜົນະສານມິດ ກຸງເທບໂດຍເນັ້ນໃສ່ສ້າງການສຶກສາໃຫ້ຄູເປັອາຊີບດ້ານການສິດສອນ ໃນເວລານັ້ນ ສຶກສາສາດ ຢູ່ໃນສັງຄົມຂອງປະເທດໄທ ແມ່ນຍັງອ່ອນນ້ອຍຢູ່,ຊຶ່ງການເຜີຍແຜ່ ແມ່ນຍັງຂາດຄູທີ່ມີປະສົບການໂຮງຮຽນສ້າງຄູຊັ້ນສູງໄດ້ເລີ້ມຕົ້ນມອບ ໃບປະກາສະນີຍະບັດໃຫ້ຄູຊັ້ນຕົ້ນ ແລະ ຄູຊັ້ນກາງ.ທ່ານສາດສະດາຈານມົນປິ່ນມາລາກຸນ,ລັດຖະມົນຕີວ່າການກະຊວງສຶກທິການ ໄດ້ເປັນຜູ້ສ້າງຕັ້ງໂຮງຮຽນສ້າງຄູ ຊັ້ນສູງ ແລະ ມີບົດບາດອັນສຳຄັນທາງດ້ານການສຶກສາທັງສອງດ້ານບໍ່ວ່າວິທະຍາໄລຄູກໍຄືສັງຄົມໄທ ໃນເວລານັ້ນ.

ທ່ານ ຫລວງສະຫວັດດີ ສັນທະບຸດດີໄດ້ຖຶກແຕ່ງຕັ້ງເປັນຄົນແລກໃຫ້ດຳລົງຕຳແໜ່ງຜູ້ອຳນວຍການໂຮງຮຽນສ້າງຄູຊັ້ນສູງແຕ່ປີ1949-1953.ເພິ່ນ ເປັນ ຜູ້ນຳພາໃນການສ້າງກົດລະບຽບຝຶກຫັດຄູ ແລະໄດ້ລິເລີ້ມສ້າງສະຖາບັນທາງດ້ານວິທະຍາສາດຂຶ້ນ ເພິ່ນເປັນຜູ້ທີ່ໄດ້ຖຶກຮັບຮູ້ໃນນາມ ເປັນ ຕົ້ນແບບ ຂອງຄູອາຊີບ.

ວິທະຍາໄລຄູ
ໃນປີ 1953,ການຂາດແຄນຄູສອນໃນສັງຄົມໄດ້ເປັນບັນຫາໜັກໜ່ວງທີ່ສຳຄັນ.ກົງກັນຂ້າມກັບປະຫວັດຄວາມເປັນມາແຫ່ງການປ່ຽນແປງໃໝ່ ໃນສັງຄົມ, ສາດສະດາຈານດຣ.ສາໂຣດບົວສຣີ,ຜູ້ນຳທີ່ທັນຍຸກແລະກ້າວໜ້າໃນສາຂາວິຊາການສຶກສາໄດ້ສະເໜີໃຫ້ກະຊວງສຶກສາທິການວ່າດ້ວຍ ການສ້າງຕັ້ງວິທະຍາໄລຄູເພື່ອພັດທະນາແນວທາງ ແລະນະໂຍບາຍອັນຈຳເປັນໃຫ້ແກ່ວຽກງານການສຶກສາທີ່ທັນສະໄໝແລະຄວາມຮູ້ໃຫ້ສອດຄ້ອງກັບສັງຄົມປະຊາທິປະໄຕດ້ວຍ ການຮ່ວມເອົາສຶກສາສາດເພື່ອໄດ້ເປັນການພັດທະນາລົງເລິກເຖິງລະບົບອັນເປັນພື້ນຖານຢູ່ໃນສັງຄົມໄທ. ປະລິນຍາຕີ, ປະລິນຍາໂທ ແລະປະລິນຍາເອກຈະໄດ້ເປັນທີ່ຮັບຮູ້.

ວິທະຍາໄລຄູໄດ້ຖືກສ້າງຂຶ້ນທີ່ໂຮງຮຽນສ້າງຄູຊັ້ນສູງ ໃນວັນທີ16ເດືອນກັນຍາ 1954 ສາດສະດາຈານມົນປິ່ນມາລາກຸນໄດ້ຖຶກແຕ່ງຕັ້ງໃຫ້ເປັນປະທານ ຕັ້ງແຕ່ປີ 1954 -1956, ໃນຂະນະທີ່ທ່ານສາດສະດາຈານດຣ.ສາໂຣດບົວສຣີໄດ້ຖຶກແຕ່ງຕັ້ງໃຫ້ມາເປັນຫົວໜ້າຄະນະວິຊາສຶກສາສາດ.ຫຼັງຈາກນັ້ນ, ສາດສະດາຈານ ດຣ. ສາໂຣດ ບົວສຣີ ໄດ້ມາເປັນປະທານວິທະຍາໄລຄູຈົນຮອດປີ 1964.

ວິທະຍາໄລຄູໄດ້ເປັນຜູ້ນຳໃນການຈັດການສຶກສາໃນໂຮງຮຽນຊັ້ນຕົ້ນ,ຊັ້ນກາງແລະໂຮງຮຽນສາທິດຊຶ່ງການສຶກສາຂັ້ນພື້ນຖານທີ່ທັນຍຸກທັນສະໄໝໄດ້ທົດລອງແລະຄົ້ນຄວ້າ. ມະຫາວິທະຍາໄລປະສານມິດໄດ້ກາຍມາເປັນສູນກາງຂອງການຄູ້ມຄອງບໍລິຫານ,ວິທະຍາໄລຕ່າງໆໄດ້ຖຶກສ້າງຕັ້ງຂຶ້ນໃນລະ ບົບຂອງສະຖານການສຶກສາ, ຊຶ່ງໄດ້ຂະຫຍາຍໄປສູ່ປະທູມວັນໃນປີ(1955),ບາງເຂນໃນປີ(1957) ພິດສະນຸໂລກໃນປີ(1958),ມະຫາສາຣະຄາມໃນ ປີ(1958),ສົງຂາໃນປີ (1958), ພະນະຄອນໃນປີ( 1959), ແລະວິທະຍາໄລຄູພະລະສຶກສາໃນປີ (1960 ).

ທ່ານ ສາດສະດາຈານ ດຣ . ສາໂຣດບົວສຣີ ນັກວິຊາການ ກໍ່ຄືຜູ້ໃຫ້ການສຶກສາໄດ້ວາງຖານການສຶກສາຂອງໄທໂດຍການພັດທະນາວິທີການສອນ ທີ່ກ້າວໜ້າແລະຮັບເອົາແນວຄວາມຄິດທີ່ນຳຍຸກນຳສະໄໝຂອງຕາເວັນຕົກກ່ຽວກັບການຮຽນ ແລະ ການສອນລວມທັງລະບົບທີ່ໄດ້ພົວພັນກັບຫ້ອງ ສະໝຸດ, ການໃຫ້ຄະແນນ ແລະການປະເມີນຜົນ ນອກຈາກນີ້ ວິທະຍາໄລຄູໄດ້ສະໜອງພະນັກງານວິຊາການ,ປື້ມຕຳລາແລະການຊ່ວຍ ເຫຼືອລ້າຕ່າງໆ. ມັນຍັງໄດ້ຢືນຢັນວ່າວິທະຍາໄລໄດ້ມີຄວາມກ້າວໜ້າກວ່າສິ່ງອຶ່ນໃດໃນເວລານັ້ນ. ເຄື່ອງໝາຍຂອງວິທະຍາໄລຄູແມ່ນ ຄວາມມາດ ທີ່ມີການສະແດງເສັ້ນຄວາມສຳພັນຂອງເລກສົມການທີ່ມີເສັ້ນກົ່ງ(Y = ex),ທີ່ບັນຈຸເອົາເສັ້ນກົ່ງຂຶ້ນທາງຕັ້ງ,ມັນມີຄວາມໝາຍສຳຄັນຂອງປັດຊະຍາມະຫາວິທະຍາໄລທີ່ວ່າ:“ການສຶກສາແມ່ນການຈະເລີນເຕີບໂຕທີ່ບໍ່ຢຸດຢັ້ງ ”. ສີຂີ້ເຖົ່າແລະສີແດງຍັງມີຄວາມໝາຍທີ່ເປັນສຳຄັນທີ່ນອນໃນປັດຊະຍາ ຂອງມະຫາວິທະຍາໄລນຳອີກ. ສີຂີ້ເຖົ່າແມ່ນມີຄວາມໝາຍຂອງສະໝອງໝາຍເຖີງແນວຄວາມຄິດເຕັມ ໄປດ້ວຍຄວາມມີສະຕິປັນຍາ, ສີແດງ ແມ່ນ ໝາຍເຖີງສີຂອງເລືອດ ໝາຍເຖີງຄວາມກ້າຫານ.

ມະຫາວິທະຍາໄລ ສຣີນະຄະຣິນວິໂຣດ
ໃນປີ 1973, ສາດສະດາຈານ ດຣ. ສຸດໃຈ ເລົ່າສອນທອນ ໄດ້ເປັນປະທານວິທະຍາໄລຄູ. ກ່ອນເຖິງ ວັນທີ14ຕຸລາ1973ມີພະນັກງານມະຫາວິທະຍາໄລ, ນັກສຶກສາ ແລະ ພະນັກງານຮັບໃຊ້ໄດ້ເຄື່ອນໄຫວຮຽກຮ້ອງໃຫ້ລັດຖະບານໄທເພື່ອຍົກສະຖານະພາບຂອງວິທະຍາໄລຄູໃຫ້ເປັນມະຫາວິທະຍໄລ ແລະ ໃຫ້ປ່ຽນຈາກການ ຄຸ້ມຄອງໂດຍກະຊວງສຶກສາທິການໄປເປັນທະບວງມະຫາວິທະຍາໄລ ໂດຍບໍ່ຄຳນຶງເຖີງພາວະທີ່ຖຶກປົກຄອງໂດຍລັດຖະບານມາຈາກທະຫານ, ວິທະຍາໄລໄດ້ເຮັດ ໂຄງ ສ້າງການຈັດຕັ້ງ ການບໍລິຫານ ແລະໄດ້ຈຳກັດການຮຽນ-ການສອນແບບກົງໄປກົງມາ ແລະໄດ້ກາຍມາເປັນມະຫາວິທະຍາ ໄລທີ່ມີຫລາກຫຼາຍວິຊາຊີບ ຮອດ ວັນທີ 29 ມິຖຸນາ 1974 ມະຫາວິທະຍາໄລສຣີນະຄະຣິນວິໂຣດເປັນມະຫາວິທະຍາໄລທີ່ກ້າວໜ້າ ແລະຕົວເມືອງນັກສຶກສາ ແຫ່ງນີ້ໄດ້ຕັ້ງຊື່ໂດຍ ທ່ານສາດ ສະດາຈານ ດຣ. ສຸດໃຈ ເລົ່າສຸນທອນ ຊຶ່ງຜູ້ເປັນປະທານນັບແຕ່ປີ 1969 ເຖີງ 1978.

ມະຫາວິທະຍາໄລໄດ້ເດີນຕາມລະບົບບໍລິຫານທີ່ມີຫລາຍວິທະຍາເຂດເປັນເວລາ 16ປີ.ຫລັງຈາກປີ1990,ແຕ່ລະວິທະຍາເຂດໄດ້ກາຍມາເປັາມະຫາວິທະຍາ ໄລເອກະລາດອັນປະກອບດ້ວຍການມີງົບປະມານ ແລະການບໍລິຫານເປັນຂອງຕົນເອງ .

  • ໃນປີ 1990 ,ວິທະຍາເຂດບັງແສນ ໄດ້ຖືກຍົກລະດັບຂຶ້ນເປັນມະຫາວິທະຍາໄລບູຣະພາ ແລະມະຫາວິທະຍາໄລ ນາເຣສວນ ຕາມລຳດັບ .
  • ໃນປີ 1993, ວິທະຍາເຂດ ປະທູມວັນ, ບາງເຂນ ປະສານມິດ ໄດ້ຖືກລວມກັນເປັນວິທະຍາເຂດສ່ວນກາງ .
  • ໃນປີ 1994, ວິທະຍາເຂດມະຫາສາຣະຄາມ ໄດ້ຖຶກຍົກຂຶ້ນເປັນມະຫາວິທະຍາໄລ ມະຫາສາຣະຄາມ .
  • ໃນປີ 1996, ວິທະຍາເຂດສົງຂາໄດ້ຖືກຍົກຂຶ້ນເປັນ ມະຫາວິທະຍາໄລຕາກສິນ .
  • ໃນປີ 1996, ມະຫາວິທະຍາໄລສຣີນະຄະຣິນວິໂຣດ ໄດ້ຂະຫຍາຍໄປທີ່ ອົງຄະຣັກ, ຈັງຫວັດນະຄອນຍາຍົກ .
ກ່ອນ ,ມະຫາວິທະຍາໄລສຣີນະຄະຣິນວິໂຣດ ປະກອບດ້ວຍຫົກຄະນະວິຊາຄື:ຄະນະວິຊາສຶກສາສາດ, ຄະນະວິຊາມະນຸດສາດແລະວິທະຍາສາດ,ຄະນະວິຊາສັງຄົມສາດ,ຄະນະວິຊາວິທະຍາສາດ,ຄະນະວິຊາພະລະສຶກສາແລະບັນດິດສຶກສາ.ຕໍ່ມາ,ໃນແຜນພັດທະນາການສຶກສາຊັ້ນ ສູງໄລຍະທີ5(1982-1986),ຄະນະວິຊາແພດສາດໄດ້ຖືກສ້າງຕັ້ງຂຶ້ນໄລຍະທີ7(1992-1996) ,ຄະນະວິຊາວິສະວະກຳສາດ ,ຄະນະ ວິຊາສິລະປະສາດ, ຄະນະວິຊາທັນຕະແພດ , ແລະຄະນະວິຊາການຢາ .ແລະໄລຍະທີ8(1997-2001), ຄະນະວິຊາວິທະຍາສາດສຸຂະພາບ ແລະພະຍາບານສາດ ກໍໄດ້ສ້າງຂຶ້ນ .

ມະຫາວິທະຍາໄລສຣີນະຄະຣິນວິໂຣດ ຕັ້ງຢູ່ທີ່ 114 ສຸຂຸມວິດ 23, ຖະໜົນ ສຸຂຸມວິດ,ຄອງເຕີຍເໜືອ,ວັດທະນາ,ກຸງເທບ 10110.
ຕິດຕໍ່ເບີໂທ: 02 649 5000.
Website: http://www.swu.ac.th

SWU History
Back