SWU Home
The Graduate School
 

Grauate School

URL: http://grad.swu.ac.th
Phone: (662) 258-4119
Fax (662) 258-4119

ໂຮງຮຽນບັນດິດສຶກສາສຣີນະຄະຣິນວິໂຣດ ( ມສວ ) ຈັດໃຫ້ມີຫລັກສູດລະດັບປະລິນຍາເອກ 26 ຫລັກສູດ, ລະດັບປະລິນຍາໂທ 71 ຫລັກສູດ ແລະ 9 ຫລັກສູດຢັ້ງຢືນບັນດິດ ມີບັນດິດສຶກສາປະມານ 5,000 ຄົນໄດ້ລົງທະບຽນຮຽນພາຍໃຕ້ການຄວບຄູມທີ່ມະຫາວິທະຍາໄລນີ້. ທຸກຫລັກສູດຂອງບັນດິດວິທະຍາໄລ, ລວມທັງຫລັກສູດພິເສດ ແລະຫລັກສູດຕາມຫລັກສາກົນ ,ໄດ້ດຳເນີນເປັນປົກກະຕິເພື່ອຕອບສະນອງຄວາມຮຽກຮ້ອວຕ້ອງການຂອງນັກບັນດິດສຶກສາ,ຈຸດປະສົງຂອງຍຸດທະສາດມະຫາວິທະຍາໄລແມ່ນມາດຕະຖານທາງດ້ານວິຊາການເປັນເລີດໃນລະດັບພາຍໃນ ແລະສາກົນ, ບໍ່ວ່າຈະເປັນທາງດ້ານສະພາບແວດລ້ອມທຸລະກິດ, ເສດຖະກິດແລະສັງຄົມ.

ໂຮງຮຽນບັນດິດສຶກສາຄູ້ມຄອງການຮຽນການຄົ້ນຄວ້າທຸກບ່ອນໃນມະຫາວິທະຍາໄລສຣີນະຄະຣິນວິໂຣດ ໃນການຮ່ວມມືກັບຄະນະວິຊາແລະສະຖາບັນການສຶກສາອຶ່ນໆທີ່ຂຶ້ນກັບຍຸດທະສາດຂອງມະຫາວິທະຍາໄລ. ຄະນະກຳມະການບັນດິດສຶກສາຍັງມີໜ້າທີ່ເປັນກຸ່ມຜູ້ບໍລິຫານງານຄະນະ ຜູ້ອຳນວຍການເພື່ອສ້າງຄວາມເຊື່ອໝັ້ນ ແລະທຳໃຫ້ຄຸນນະພາບຂອງທຸກຫລັກສູດບັນດິດສຶກສາທີ່ກຳລັງດຳເນີນຢູ່ໃນມະຫາວິທະຍາໄລດີຂຶ້ນ. ການຮັບປະກັນຄຸນນະພາບໄດ້ຖຶກຮັບຮອງຕາມຂະບວນການປະເມີນຜົນທຸກຫລັກສູດການຮຽນ ແລະໄດ້ລາຍງານເຖີງຄະນະສະພາມະຫາວິທະຍາໄລຕາມປົກກະຕິໂດຍພື້ນຖານ. ອັນນຶ່ງອີກພາລະບົດບາດທີ່ສຳຄັນຂອງໂຮງຮຽນບັນດິດສຶກສາແມ່ນການບໍລິການການຮຽນແກ່ນັກສຶກສາ.ໂຮງຮຽນບັນດິດແນະນຳອານາຄົດໃຫ້ພວກນັກສຶກສາທາງຂໍ້ມູນຂ່າວສານ ກ່ຽວກັບຫລັກສູດການສຶກສາທີ່ທາງມະຫາວິທະຍາໄລໄດ້ຈັດຫາໃຫ້. ການຊ່ວຍເຫລືອທີ່ໄດ້ໃຫ້ແກ່ນັກສຶກສາໃນປະຈຸບັນແມ່ນຂຶ້ນກັບຜົນຄວາມກ້າວໜ້າຕໍ່ກັບເປົ້າໝາຍ ທາງການຮຽນຂອງເຂົາເຈົ້າລວມທັງຊຸກຍູ້ສົ່ງເສີມຂະບວນການລົງທະບຽນຈາກການຮັບເຂົ້າໂດຍຜ່ານ ການສຶກສາ, ການໃຫ້ທຶນຊ່ວຍເຫລືອລ້າ, ແລະເອື້ອອຳນວຍຂໍ້ມູນຂ່າວສານໂດຍຜ່ານທາງເວບໄຊ (Website) ແລະລວມທັງການບໍລິການພື້ນຖານດ້ານຄອມພິວເຕີ.ດ້ວຍຄວາມພະຍາຍາມເອົາໃຈໃສ່ເປັນຢ່າງດີປະກອບທຸກໆສິ່ງທີ່ໄດ້ກ່າວໄວ້ຂ້າງເທິງນັ້ນ, ພວກນັກສຶກສາບັນດິດແລກປ່ຽນບົດຮຽນຕາມສິ່ງອຳນວຍຄວາມສະດວກ, ຕາມວິຊາຊີບ,ແລະຕາມສະພາວະແວດລ້ອມການຮຽນທີ່ດີເລີດຢູ່ ມສວ.

Grudate Students Commencement's Day

Graduate School
Back