SWU Home
Faculty of Education
 
Faculty of Education

Faculty of Dentistry

URL: http://edu.swu.ac.th
Phone: (662) 258-3997
Fax (662) 262-1640

ຄະນະສຶກສາສາດເປັນຄະນະທີ່ລິເລີ້ມຄະນະສຶກສາໃນປະເທດໄທ ແລະກໍເປັນຄະນະທີ່ນຳໜ້າໃນຂອບເຂດນີ້. ມັນໄດ້ໃຫ້ກຳເນີດບັນ ດາຫລັກສູດໃນການຝຶກຫັດຄູ, ບໍລິຫານການສຶກສາ, ຄົ້ນຄວ້າການສຶກສາ ແລະເທັກໂນໂລຢີ, ກະກຽມນັກສຶກສາໃຫ້ມີບົດບາດໃນການເປັນຜູ້ນຳໃນການສຶກສາ.

ການຄົ້ນຄວ້າໄດ້ດຳເນີນໄປຕາມຄະນະຕໍ່ໆໄປເພື່ອເປັນບ່ອນອີງເພື່ອພັດທະນາຫ້ອງຮຽນຊຶ່ງຈະໄດ້ສົ່ງເສີມການປ່ຽນແປງໃນດ້ານບວກໃນສັງຄົມ. ຂໍ້ມູນທີ່ໄດ້ຮັບໄດ້ກະຈາຍໂດຍຜ່ານການສຳມະນາບັນດາໂຄງການ ແລະກ້າວໄປສູ່ພາກປະຕິບັດການນຳໃຊ້ໃນໂຮງຮຽນສາທິດ, ຊຶ່ງຢູ່ພາຍໄຕ້ການກວດກາຂອງຄະນະວິຊາ. ໃນດ້ານລວມແລ້ວ, ຄະນະວິຊາເຮັດວຽກຢ່າງຕັ້ງໜ້າເພື່ອຊຸກຍູ້ສິລະປະ ແລະວັດທະນະທຳໄທໂດຍກະຈາຍການຊົດເຊີຍໃນບັນດາວຽກງານນີ້.

ຄະນະວິຊາປະກອບດ້ວຍແປດພະແນກການຄື: ການສຶກສາຜູ້ໃຫຍ່, ບໍລິຫານການສຶກສາ, ຫລັກສູດ ແລະການສິດສອນ, ເທັກໂນໂລຢີ, ແນະແນວແລະຈິດຕະສາດດ້ານການສຶກສາ, ການສ້າງພື້ນຖານດ້ານການສຶກສາ, ການຄົ້ນຄວ້າແລະວັດຜົນດ້ານການສຶກສາ, ແລະການສຶກສາພິເສດ. ທຸກໆພະແນກການຈະຈັດຫລັກສູດການຮຽນໃຫ້ມີລັກສະນະນຳໜ້າໃນລະດັບການສຶກສາຂັ້ນປະລິນຍາຕີ, ປະລິນຍາໂທ ແລະປະລິນຍາເອກ.

Dental room

ໂຄງການຫລັກສູດ:

ປະລິນຍາຕີດ້ານການສຶກສາ (B.Ed.) , ພາສາໄທ, ອັງກິດ, ສິລະປະສຶກສາ, ວິທະຍາສດສັງຄົມ, ຄະນິດສາດ, ເຄມີ, ຟີຊິກ, ວິທະຍາສາດທົ່ວໄປ, ການສຶກສາຂັ້ນປະຖົມ, ເທັກໂນໂລຢີດ້ານການສຶກສາ, ແນະແນວ, ດົນຕີໄທ, ດົນຕີສາກົນ, ສິລະປະການສຶກສາ ( ສິລະປະການສຶກສາວ່າດ້ວຍເຄື່ອງປະຈັກຕາ ), ດົນຕີສຶກສາ, ສິລະປະການສະແດງ,

ປະລິນຍາໂທ (M.Ed.), ປະຖົມສຶກສາ, ການສຶກສາ, ມັດທະຍົມສຶກສາ, ການສຶກສາຊັ້ນສູງ, ບໍລິຫານການສຶກສາ, ຄົ້ນຄວ້າ ແລະສະຖິຕິການສຶກສາ, ຈິດຕະສາດວ່າດ້ວນການແນະແນວແລະການປຶກສາ, ຈິດຕະສາດວ່າດ້ວຍການສຶກສາ, ການສຶກສາເດັກກ່ອນໄວຮຽນ, ວັດຜົນດ້ານການສຶກສາ, ເທັກໂນໂລຢີດ້ານການສຶກສາ, ການສຶກສາຜູ້ໃຫຍ່,ການສຶກສາພິເສດ, ວິທະຍາສາດການສຶກສາ,ການສຶກສາດ້ານອຸດສະຫະກຳ.

ປະລິນຍາເອກດ້ານການສຶກາ (D.Ed.), ບໍລິຫານການສຶກສາ, ເທັກໂນໂລຢີດ້ານການສຶກສາ, ການສຶກສາຊັ້ນສູງ, ການທົດສອບ ແລະປະເມີນຜົນດ້ານການສຶກສາ, ຈິດຕະສາດການປຶກສາ, ການສຶກສາເດັກກ່ອນໄວຮຽນ, ການສຶກສາຜູ້ໃຫຍ່, ການສຶກສາພິເສດ.

Back