SWU Home
Institute of Eco-Tourism
 

ສະຖາບັນເສດຖະກິດ - ການທ່ອງທ່ຽວ ມະຫາວິທະຍາໄລສຣີນະຄະຣິນວິໂຣດ, ບາງກອກ, ປະເທດໄທໄດ້ສ້າງຕັ້ງຂຶ້ນໃນວັນທີ 17 ມີຖຸນາ 1994 ໂດຍສະພາມະຫາວິທະຍາໄລທີ່ວິທະຍາເຂດປະທູມວັນ ເພື່ອຈຸດປະສົງການສົ່ງເສີມການສຶກສາທາງດ້ານການທ່ອງທ່ຽວ. ສະຖາບັນເລັ່ງໃສ່ເພື່ອພັດທະນາດ້ານຈາລິຍະທຳ ແລະມາດຕະຖານການທ່ອງທ່ຽວ, ສົ່ງເສີມຄວາມເຂົ້າໃຈ, ຊົມເຊີຍ ແລະປົກປັກຮັກສາສິ່ງແວດລ້ອມທາງທຳມະຊາດ ແລະວັດທະນະທຳ, ອຳນວຍຄວາມສະດວກເບິ່ງຜົນກະທົບຈາກນັກທ່ອງທ່ຽວ, ຊູມຊົນເຈົ້າພາບ, ອຸດສາຫະກຳການທ່ອງທ່ຽວ,ການຈັດຕັ້ງຂອງລັດ ແລະການປົກປັກຮັກສາ. ການເສື່ອມໂຊມຂອງສິ່ງແວດລ້ອມ ແມ່ນບັນຫາວິພາກວິຈານຊຶ່ງພວກເຮົາວາງແຜນການ:

  • ເພື່ອສ້າງຕັ້ງເຄືອຂ່າຍເສດຖະກິດການທ່ອງທ່ຽວ ແລະຕິດຕໍ່ລະຫວ່າງເຄືອຂ່າຍພາຍໃນຂົງເຂດ ແລະສາກົນ
  • ເພື່ອສ້າງຕັ້ງຖານຂໍ້ມູນຂ່າວສານ ແລະການຄົ້ນຄວ້າໃນດ້ານເສດຖະກິດການທ່ອງທ່ຽວ
  • ເພື່ອສ້າງຕັ້ງຫລັກສູດໂຄງການດ້ານການສຶກສາ ແລະການຝຶກອົບຮົມໃນດ້ານເສດຖະກິດການທ່ອງທ່ຽວ
  • ເພື່ອສົ່ງເສີມດ້ານເສດຖະກິດການທ່ອງທ່ຽວໃນປະເທດໄທ

ໃນລະຫວ່າງການສ້າງຕັ້ງ ພວກເຮົາໄດ້ຈັດຕັ້ງກອງປະຊຸມສາກົນຄັ້ງທີ່ 1 ວ່າດ້ວຍເສດຖະກິດການທ່ອງທ່ຽວແຕ່ວັນທີ 6-8 ກຸມພາ 1995 . ກອງປະຊຸມໄດ້ຮັບການຮ່ວມມືກັບມະຫາວິທະຍາໄລສຣຄນະຄະຣິນວິໂຣດ, ຄະກຳມະການການສຶກສາຊັ້ນສູງການາດາ ແລະອົງການພັດທະນາການາດາ( CIDA) ແລະອົງການຊ່ວຍເຫລືອເພື່ອການພັດທະນາສາກົນອົດສຕຣາລີ ( AIDAB ). ກອງປະຊຸມສາກົນຄັ້ງທີ່ 2 ເລ່ງໃສ່ເສດຖະກິດການທ່ອງທ່ຽວໃນອາຊີຕາເວັນອອກສ່ຽງໃຕ້ ແຕ່ວັນທີ 18 - 21 ກໍລະກົດ 1996. ໃນຫົວຂໍ້ “ ສົ່ງເສີມເສດຖະກິດການທ່ອງທ່ຽວ:ການວາງແຜນການ,ການພັດທະນາ ແລະການຈັດການເພື່ອຄວາມຍືນຍົງ ” ໂດຍການເປັນເຈົ້າພາບຂອງສະຖາບັນເສດຖະກິດການທ່ອງທ່ຽວ, ມະຫາວິທະຍາໄລສຣີນະຄະຣິນວິໂຣດ,ແລະການຮ່ວມມືກັບອົງການທ່ອງທ່ຽວ ແຫ່ງປະເທດໄທ (TAT) ແລະກົມການຮ່ວມມືດ້ານເສດຖະກິດ ແລະເທັກນິກ (DTEC) ຄວາມສຳເລັດຂອງກອງປະຊຸມແມ່ນມີຄວາມສຳຄັນຫລາຍວ່າມັນໄດ້ສາມາດກະຕຸ້ນໃຫ້ນັກປົກປັກຮັກສາສິ່ງແວດລ້ອມໄດ້ມີຄວາມສາມາດເຂັ້ມແຂງຂຶ້ນ.

ໂດຍເລີ້ມແລກ, ພວກເຮົາໄດ້ຂາດເຂີນຜູ້ບັນລະຍາຍເພື່ອສອນດັ່ງນັ້ນ ພວກເຮົາໄດ້ປະຕິບັດຕາມການພົບປະສາກົນກັບມະຫາວິທະຍາໄລຕ່າງປະເທດເພື່ອການຮ່ວມມືກັບຄະນະວິຊາໃນການແລກປ່ຽນ ແລະຮັບເອົາທຶນຈາກມະຫາວິທະຍາໄລອ໊ອກຟອດ ບຣຸກ ແລະສະພາມະຫາວິທະຍາໄລອັງກິດໃນປີ 2003 ແລ້ວພວກເຮົາໄດ້ສົ່ງພະນັກງານຂອງພວກເຮົາໄປຮຽນໃນຫລັກສູດໄລຍະສັ້ນ ຫລືເພື່ອປະກອບສ່ວນໃນສຳມະນາ, ປະຊູມທາງດ້ານວິຊາການ ແລະຮ່ວມໃນໂຄງການຄົ້ນຄວ້າກັບມະຫາວິທະຍາໄລອ໊ອກ ຟອດບຣຸກ, ປະເທດອັງກິດ. ສະຖາບັນ ແລະໂຮງຮຽນບັນດິດສຶກສາວາງແຜນການເພື່ອຈັດໃຫ້ມີລະດັບປະລິນຍາໂທດ້ານວິທະຍາ ສາດໃນວິຊາເສດຖະກິດການທ່ອງທ່ຽວ ( M.Sc. ) ເພື່ອຊ່ວຍບັນດິດສຶກສາມີຄຸນນະພາບທາງດ້ານການຈັດການເສດຖະກິດການ ທ່ອງທ່ຽວ ແລະໄດ້ອອກແບບເພື່ອພັດທະນາການອົບຮົມວິຊາຊີບໂດຍຜ່ານການຄົ້ນຄວ້າປະຕິບັດການຕົວຈິງ.

 

ຫລັກສູດໂຄງການ:

ປະລິນຍາໂທດ້ານວິທະຍາສາດ(M.Sc.) : ການຈັດການ ແລະການວາງແຜນການເສດຖະກິດການທ່ອງທ່ຽວ

ປັດຊະຍາ
ຄົ້ນຄວ້າ ແລະພັດທະນາເປັນຖານຂອງເສດຖະກິດການທ່ອງທ່ຽວແບບຍືນຍົງ

ການລົງມະຕິ
ຈຸດປະສົງຫລັກຂອງສະຖາບັນເສດຖະກິດການທ່ອງທ່ຽວແມ່ນການຄົ້ນຄວ້າ, ການສຶກສາ ແລະການຝຶກອົບຮົມ, ການສົ່ງເສີມການພັດທະນາແບບຍືນຍົງໃຫ້ແກ່ຊຸມຊົນ, ການສົ່ງເສີມກໍລະນີສຶກສາແບບຫລາຍຢ່າງ ແລະການຕີພິມເອກະສານທີ່ດີສຸດແຕ່ລະຊະນິດ.

ວິໄສທັດ
ການຄົ້ນຄວ້າເປັນກົດລະບຽບຂອງສະຖາບັນການພັດທະນາ ແລະການລວມຕົວເປັນກູ່ມຂອງສິ່ງແວດລ້ອມເພື່ອຊຸມຊົນ ແລະປະເທດຊາດ.

ການປະຕິບັດງານ
ເປັນສິ່ງທີ່ດີເລີດໃນການຄົ້ນຄວ້າ, ຫລັກການທາງດ້ານວັດທະນະທຳ, ການສຶກສາສິ່ງແວດລ້ອມ ແລະການຝຶກອົບຮົມ

ການບໍລິການຊຸມຊົນ
ການບໍລິການທາງວິຊາການ

ຍຸດທະສາດ
ເປົ້າໝາຍຂອງສະຖາບັນເສດຖະກິດການທ່ອງທ່ຽວເປັນຜົນສຶບເນຶ່ອງຈາກປັດຊະຍາ, ການລົງມະຕິ, ວິໄສທັດ, ການປະຕິບັດງານ ແລະແນວທາງນະໂຍບາຍຂອງມະຫາວິທະຍາໄລ

ທີ່ຕັ້ງ

ມັນໄດ້ຕັ້ງຢູ່ທີ່ 114 ສຸຂຸມວິດ 23, ເຂດວັດທະນະ, ບາງກອກ 10110 (ຫ້ອງປະຊຸມໃຫຍ່, ຊັ້ນ 2)
Tel. 02-649-5000 ext.5304
FAX : 02-204-2165
ຫລືວ່າ ມະຫາວິທະຍາໄລສຣີນະຄະຣິນວິໂຣດ, ອົງຄະຣັກ (ອາຄານບໍລິຫານ, ຊັ້ນ 3, ຫ້ອງ 403)
ຣັງສິດ- ອົງຄະຣັກ, ຄອງ 16
ຖະໜົນອຳເພີ ອົງຄະຣັກ, ນະຄອນນາຍົກ 26120

URL: http://eco.swu.ac.th

Institute of Eco-Tourism
Back