SWU Home
Behavioral Science Research Insitute
 

Behavioral Science Research Institute (BSRI)

URL: http://bsri.swu.ac.th
Phone: (662) 258-4482
Fax (662) 262-0809

ກໍ່ຕັ້ງຂື້ນເພື່ອເປັນສະຖາບັນລະຫວ່າງປະເທດ ເພ່ືອການສຶກສາເດັກ ໂດຍການຮ່ວມມືກັນລະຫວ່າງລັດຖະບານໄທ ແລະອົງການຍູເນັດສະໂກ ໃນປີ 1955 ສະຖາບັນໄດ້ມີການປ່ຽນຊື່ມາເປັນ BSRI ໃນປີ 1975 ການປ່ຽນແປງນີ້ສຶບເນື່ອງມາຈາກການຂະຫຍາຍຕົວຂອງການວິໄຈ ແລະ ພັດທະນາໃນລະດັບສະຫະສາຂາວິຊາຊີບແລະ ເປັນທີ່ຮູ້ຈັກກັນດີໃນຖະນະທີ່ເປັນຫນຶ່ງໃນຄະນະຂອງມະຫາວິທະຍາໄລສີນະຄະລິນວິໂຣດ

BSRI ມີວັດຖຸປະສົງເພື່ອເປັນສູນກາງຂອງຄວາມເປັນເລີດແຫ່ງຊາດໄທ ເພື່ອການວິໄຈ, ຊຶ່ງຈະເປັນການເພີ່ມອົງຄວາມຮູ້ໃນດ້ານພຶດຕິກຳສາດ ແລະ ເພື່ອເປັນການຄົ້ນພົບຫາວິທີການໃຫມ່ ໆ ໃນການປັບປຸງຂອງແຕ່ລະບຸກຄົນແລະສັງຄົມການເປັນຢູ່ທີ່ດີຂື້ນ

ສະຖາບັນເປັນແມ່ນເປັນບ່ອນນຳສົ່ງອົງຄວາມຮູ້ແລະຜົນງານການວິໄຈໄປສູ່ຜົນປະໂຫຍດໃນທາງປະຕິບັດ. BSRI ມີຫລັກສູດໃນລະດັບປະລິນຍາໂທ ແລະ ປະລິນຍາເອກ ໃນການວິໄຈດ້ານວິທະຍາສາດປະຍຸກເຂົ້າກັບພຶດຕິກຳ; ໂດຍມີການຝຶກອົບຮົມຂັ້ນສູງສຳຫລັບນັກວິຊາການອາຍຸໂສແລະນັກວິຊາການຫນຸ່ມ ທີ່ມີລະບຽບການວິໄຈ ແລະ ມີຫົວຂໍ້ວິໄຈທີ່ກ່ຽວຂ້ອງກັບພຶດຕິກຳສາດ; ແລະ ເຜຍແພ່ຜົນງານການວິໄຈຂອງຕົນເອງໃນຖານຂໍ້ມູນລະດັບປະເທດ

ຫລັກສູດ:

ປະລິນຍາໂທດ້ານວິທະຍາສາດ (M.Sc.), ການວິໄຈດ້ານວິທະຍາສາດປະຍຸກກັບພຶດຕິກຳ

ປະລິນຍາເອກດ້ານວິທະຍາສາດ (Ph.D.), ການວິໄຈດ້ານວິທະຍາສາດປະຍຸກກັບພຶດຕິກຳ

ປະລິນຍາໂທດ້ານວິທະຍາສາດ (M.Sc.) ແລະ ປະລິນຍາເອກດ້ານປັດສະຍາ(Ph.D.),ການວິໄຈດ້ານວິທະຍາສາດປະຍຸກກັບພິດຕິກຳ

Behavorial Science Research Institute
Back